KNSOFT IT SOLUTIONS

Developing and analyzing possible alternative actions of solution.

RESTAURANT MANAGEMENT - laos


ໜ້າຈໍທຳອິດສຳຫຼັບລົງຊື່ເຂົ້າໃຊ້ງານ

ໃສ່ຊື່ ແລະ ລະຫັດກົດເຂົ້າໃຊ້ງານ


ເບື້ອງລຸ່ມຈະເຫັນທຸງຊາດກົດເພື່ອປ່ຽນພາສາຂອງໂປຣແກຣມ

ຖ້າຕ້ອງການປ່ຽນລະຫັດຜ່ານຂອງພະນັກງານເກັບເງີນ ກົດປ່ຽນລະຫັດຜ່ານ


ລະຫັດຂອງພະນັກງານເສີບຈະປ່ຽນທຸກມື້  ທາງພະນັກງານເກັບເງີນຕ້ອງແຈ້ງພະນັກງານເສີບເອງ ຕາມຮູບທີ່ສະແດງເບື້ອງເທິງ


ເຮັດຕາມຂັ້ນຕອນ ສຸດທ້າຍກົດປັບປຸງລະຫັດຜ່ານ ກໍ່ສິ້ນສຸດຂັ້ນຕອນການປ່ຽນລະຫັດຜ່ານ

ກົດເລືອກຈ່າຍເງີນເມື່ອພະນັກງານເສິບເກັບເງີນຈາກລູກຄ້າຮຽບຮ້ອຍ


ເຊັ່ນ ໂຕະ 1 ພະນັກງານເສີບເກັບເງີນແລ້ວຕ້ອງເຄຍຍອດເງິນໃຫ້ພະນັກງານເກັບເງີນກົດຕາມພາບເບື້ອງລຸ່ມ

ສ່ວນຍອດລວມຈະຫຼຸດລົງ


ໜ້າຈໍຈະແຈ້ງຍອດເງີນທີ່ລູກຄ້າຕ້ອງຈ່າຍ  ລາຍການອາຫານ ຈາກນັ້ນກົດຈ່າຍເງີນ


ກົດລົບ


ໜ້າຈໍຈະລົບລາຍການຂອງໂຕະ 1 ອອກໄປ ເພາະຈ່າຍເງີນແລ້ວ ຍອດລວມກໍ່ຫຼຸດລົງ



ຖ້າອາຫານທີ່ທາງແມ່ຄົວເຮັດແລ້ວພ້ອມເສີບໃຫ້ລູກຄ້າ

ກົດເລືອກສະຖານະທີ່ຮູບໂມງ ໃຫ້ເປັນເຄື່ອງໝາຍຕິກຖືກຈະໄດ້ຮູ້ວ່າທາງແມ່ຄົວເສີບອາຫານໃຫ້ລູກຄ້າແລ້ວ


ກັບເມນູຫຼັກກົດໜ້າທຳອິດ

ຍົກເລີກລາຍການອາຫານ


ຖ້າລູກຄ້າຕ້ອງການຍົກເລີກລາຍການອາຫານໃຫ້ກົດເລືອກຍົກເລີກລາຍການອາຫານ

ໜ້າຈໍຈະສະແດງດັ່ງພາບເບື້ອລຸ່ມເລືອກລາຍການທີ່ລູກຄ້າຕ້ອງການຍົກເລີກ ພະນັກງານເສີບບໍ່ສາມາດຍົກເລີກໄດ້ເອງຕ້ອງໃຫ້ພະນັກງານເກັບເງີນທຳການຍົກເລີກໃຫ້ ກົດເລືອກໝາຍໄຂວ່ຕີນກາ “X” ເມນູທີ່ຕ້ອງການຍົກເລີກ


ລາຍການຖືກຍົກເລີກດັ່ງພາບເບື້ອງລຸ່ມ


ກັບເມນູຫຼັກກົດໜ້າທຳອິດ

ການລົບ ຫຼື ເພີ່ມລາຍການອາຫານ

ກົດເລືອກລາຍການອາຫານ


ການເພີ່ມລາຍການອາຫານ ກົດເລືອກເພີ່ມ


ໜ້າຈໍຈະສະແດງລາຍການ ຕ້ອງໃສ່ລາຍລະອຽດໃຫ້ຄົບ ແລ້ວກົດSubmit

ລາຍການອາຫານຈະໄປເພີ່ມໃນເມນູ

ທາງຮ້ານສາມາດທຳການເພີ່ມ ຫຼຸດ ລາຍການອາຫານໄດ້ດ້ວຍຕົວເອງທັງທາງມືຖື ແລະ ເຄື່ອງຄອມພິວເຕີ


ການລົບລາຍການອາຫານ

ໜ້າຈໍຈະສະແດງດັ່ງພາບ ເຊັ່ນ: ຖ້າເມນູໃດແມ່ຄົວ ແລະ ທາງຮ້ານບໍ່ສາມາດຂາຍເມນູນັ້ນໄດ້ ຫຼື ຕ້ອງການປ່ຽນແປງ ຕ້ອງຫາລົບເມນູອອກຈາກລາຍການອາຫານໃຫ້ກົດເລືອກ ລາຍການອາຫານທີ່ບໍ່ຕ້ອງການ ແລະ ກົດທີ່ກາໄຂວ່ຕີນກາ “X” ເມນູທີ່ຖືກເລືອກຈະຖືກລົບທັນທີ


ຫຼັງຈາກກົດລົບ ລາຍການອາຫານຈະຫາຍໄປທັນທີດັ່ງພາບທີ່ສະແດງເບື້ອງລຸ່ມ


ກັບເມນູຫຼັກກົດໜ້າທຳອິດ

ກົດເລືອກອອກຈາກລະບົບເມື່ອເຊົາໃຊ້ງານ


ໃນກໍລະນີທີ່ເຊົາໃຊ້ງານແລ້ວບໍ່ໄດ້ອອກຈາກລະບົບລະຫັດອາດມີປັນຫາໃຫ້ກົດລ້າງລະຫັດຜ່ານແລ້ວທຳການເຂົ້າໃໝ່


ສິ້ນສຸດຄູ່ມືການໃຊ້ໂປຣແກຣມຂອງພະນັກງານເກັບເງີນ


ໜ້າຈໍທຳອິດສຳຫຼັບລົງຊື່ເຂົ້າໃຊ້ງານ

ໃສ່ຊື່ ແລະ ລະຫັດກົດເຂົ້າໃຊ້ງານ

(ລະຫັດ ແລະ ຊື່ຂອງພະນັກງານເສີບ ຈະໄດ້ມາຈາກພະນັກງານເກັບເງີນ)

 

 

ເບື້ອງລຸ່ມຈະເຫັນທຸງຊາດກົດເພື່ອປ່ຽນພາສາຂອງໂປຣແກຣມ


ການສັ່ງອາຫານກົດເລືອກເມນູຕາມໜ້າຈໍທີ່ສະແດງສີແດງ(ສັ່ງອາຫານ/ເຄື່ອງດື່ມ)


ຕົວຢ່າງ ກົດເລືອກປະເພດອາຫານທີ່ລູກຄ້າຕ້ອງການ


ໜ້າຈໍຈະປະກົດ ກົດລາຍການອາຫານທີ່ຕ້ອງການສັ່ງ ກົດເລືອກເມນູທີ່ສັ່ງ


ຈາກນັ້ນໜ້າຈໍຈະໂຊກົດເລືອກໂຕະທີ່ສັ່ງອາຫານ




ນ້າຈໍຈະໂຊຄຳສັ່ງຊື້ລາຍການອາຫານໂຕະລູກຄ້າທີ່ສັ່ງ ສິ້ນສຸດການສັ່ງອາຫານ


ໃນກໍລະນີທີ່ລູກຄ້າຕ້ອງການສັ່ງອາຫານເພີ່ມກໍ່ເຮັດຕາມຂັ້ນຕອນເກົ່າດ້ວຍການກົດທີ່ໜ້າທຳອິດແລ້ວເຮັດຕາມຂັ້ນຕອນ

 

ສ່ວນຂອງການລໍຖ້າອາຫານກົດເລືອກເມນູເຮືອນຄົວເພື່ອຈະຮູ້ເວລາທີ່ອາຫານແລ້ວ

 

ລູກຄ້າ ຫຼື ພະນັກງານເສີບຕ້ອງການຮູ້ເວລາທີ່ລໍຖ້າອາຫານເປັນເວລາຈັກນາທີແລ້ວ ຫຼື ໄດ້ຮັບອາຫານແລ້ວຫຼືຍັງ ພະນັກງານສາມາດກົດເບີ່ງຈາກເຮືອນຄົວ



ເຊັ່ນ:  ພາບເບື້ອງລຸ່ມ ໂຕະ 1 ສັ່ງອາຫານ ເວລາທີ່ສະແດງຄືເວລາທີ່ລູກຄ້າລໍຖ້າເປັນເວລາ 00.05.39 ນາທີສະຖານະຄື ການລໍຖ້າ ຮູບແບບດັ່ງພາບ ຖ້າອາຫານແລ້ວຈະສະແດງເຄື່ອງໝາຍຕິກຖືກ



ສ່ວນຂອງການຄິດເງີນກົດເລືອກເມນູຄິດເງີນຕາມພາບທີ່ສະແດງ


ເຊັ່ນ: ລູກຄ້າໂຕະ 1ເອີ້ນເກັບເງີນ ກົດຄິດເງິນ ໜ້າຈໍຈະສະແດງຕາມພາບເບື້ອງລຸ່ມພະນັກງານສາມາດເກັບເງີນໄດ້ເລີຍ


ໜ້າຈໍຈະສະແດງດັ່ງພາບ ພະນັກງານສາມາດແຈ້ງລາຄາອາຫານເມື່ອລູກຄ້າເອີ້ນເກັບເງີນໄດ້ເອງ ຈໍໃນວົງກົມສີແດງ ສະແດງລາຄາຄ່າອາຫານທັງໝົດຍອດເທົ່າໃດ ສັ່ງຊື້ອາຫານແຕ່ລະລາຍການມີຫຍັງແດ່ ຈັກໜ່ວຍ ໜ່ວຍລະ ຍອດລວມ

ຈາກນັ້ນພະນັກງານເສີບກົດໜ້າທຳອິດສິ້ນສຸດຂັ້ນຕອນ